Sunday, May 27, 2012

ການປ່ຽນບ່ອນເກັບ ເວັບເຊີເວີ ເທິງອູບັນຕູ

ໃນອູບັນຕູນັ້ນ ເວັບເຊີເວີ ແມ່ນຢູ່ບ່ອນ /var/www ເຮົາຈະປ່ຽນໄປເປັນ /home/ຊື່ຜູ້ໃຊ້ອູບັນຕູ/www
ຕົວຢ່າງ: /home/nkubuntu/www
ຂັ້ນຕອນທີ 1: ເປີດ Terminal ຂື້ນມາ
ຂັ້ນຕອນທີ 2:  ພິມຄຳສັ່ງ sudo nano /etc/apache2/sites-available/default
(ສຳຄັນ: ຕົວອັກສອນນ້ອຍໃຫຍ່ນັ້ນຖືວ່າເປັນຄົນລະອັນກັນ)

ຂັ້ນຕອນທີ 3: ຈະມີໂປຣແກຣມເປີດຂື້ນມາ ຍ້ອນເຮົາໃຊ້ຄຳສັ່ງ nano ຈາກນັ້ນໃຫ້ປ່ຽຊື່ຕາມຕົວອັກສອນສີແດງນີ້:

ປ່ຽນຈາກ DocumentRoot /var/www  ໄປເປັນ DocumentRoot /home/ຊື່ຜູ້ໃຊ້ອູບັນຕູ/www
change from  <Directory /var/www> ໄປເປັນ <Directory /home/ຊື່ຜູ້ໃຊ້ອູບັນຕູ/www>

ຂັ້ນຕອນທີ 4: ກົດ Ctrl + x ເພື່ອອອກໂປຣແກຣມ ແລ້ວຕອບ y ເພື່ອ save ຈາກນັ້ນກັບມາໜ້າ Terminal ໃຫ້ Restart Web Server ໂດຍພິມຄຳສັ່ງນີ້: sudo /etc/init.d/apache2 restart

No comments:

Post a Comment